ພໍເມື່ອເຖິງຂວບເຂົ້າ......................ເດືອນໃໝ່ເຫມັນ
ລະດູໜາວມາເຖິງ.......................ປ່ຽນລະດູເດືອນຍ້າຍ
ເຂົ້າໃນນາພວມເຂັ້ມ......................ສຸກເຫຼືອງເຕັມທົ່ງ
ຊາວໄຮ່ນາທົ່ວດ້າວ......................ສະອອນເຂົ້າໃສ່ເຍຍ.
ຜົນເກັບກ່ຽວກໍພຽບພ້ອມ..................ເຂົ້າກໍໃໝ່ພວມຫອມ
ຊາວນາປອງດອງຫາ....................ພັດຕາຫານໃຫ້ສົງເຈົ້າ
ມີເຮັດບຸນຄູນເຂົ້າ.......................ບູຊາຄຸນຜົນລະປູກ
ແມ່ໂຄສົບຜູ້ໃຫ້ເຂົ້າ......................ລ້ຽງຊາວນາທົ່ວດ້າວ ຄາວນີ້ໄດ້ແຕ່ງບຸນ.
ສ່ວນພຣະສັງຄະເຈົ້າ.....................ຜູ້ຢູ່ວັດຮັກສາຄອງ
ສະແດງທັມສິດສອນ.....................ໝູ່ຂະໂຍມແລງເຊົ້າ
ຕອນນີ້ເຖິງຄາວແລ້ວ.....................ອອກພັນສາມາຮອດ
ຈິ່ງຊິລາຈາກບ້ານ......................ອາຮາມກ້ວາງຈາຣີກທັມ ສາແລ້ວ.
ແນວໃດດີຜ່ານຫ້ອງ.....................ຮຽນຮ່ຳໃນຊຸມສົງ
ເຈດຈຳນົງເນໝາຍ......................ເພື່ອສັງສອນຊາວບ້ານ
ກັບສອນຕົນໃຫ້ດີພ້ອມ...................ຈິ່ງສອນໂຍມໃຫ້ສືບຕໍ່
ເພື່ອສົ່ງເສີມທັມພຣະພຸດທະເຈົ້າ.............ໃຫ້ແຜ່ຜາຍອອກກ້ວາງ ໃຫ້ຄົນຮູ້ລື່ນຫຼັງ ຊອບແລ້ວ.
No comments:
Post a Comment