ອຸປະມາຊີວິດ ໗ ປະການ
ໜຶ່ງ: ຊີວິດປຽບເໝືອນຢາດນ້ຳຄ້າງ ກວັດແກວ່ງເທິງໃບບອນ
ບໍ່ຫ່ອນເທຍລະຄາຄົງ ຍິ່ງຍືນຍາວໝັ້ນ
ຍາມເມື່ອລົມພານຕ້ອງ ໃບບອນເອນອວ່ຍ
ຢາດນ້ຳຄ້າງເຄື່ອນຟົ້ງ ເຟືອນຟາດສູ່ດິນ.
ສອງ: ຊີວິດເໝືອນດັ່ງນ້ຳ ໃນອຸແອ່ງບໍ່ພໍຢາ
ດື່ມບໍ່ພໍພຽງກືນ ກໍ່ເລົ່າມາຍເຫີຍແຫ້ງ
ຫາມາເປັນຢາແກ້ ກະຫາຍຫິວບໍ່ມີຊວ່າງ
ເຕັມແລ້ວບົກເຫືອດແຫ້ງ ແປປີ້ນປ່ຽນໄປ.
ສາມ: ຊີວິດເໝືອນຮອຍຂີດໄມ້ ປະທັບໃສ່ເທິງວາລີ
ສາຍນະທີທານໄຫລ ໜ້ອຍດຽວກໍ່ສູນກ້ຽງ
ພຽງພັບຕາກໍ່ສູນສ້ຽງ ບໍ່ມີຮອຍພໍໄວ້ເບິ່ງ
ຊີວິດຄົນບໍ່ຢູ່ເຫິງ ເໝືອນດັ່ງໄມ້ຂີດນ້ຳ ຈຳໝັ້ນຢ່າໄລ.
ສີ່: ຊີວິດເໝືອນແມ່ນ້ຳ ນະທີທ່າທານໃສ
ໄຫລລ່ອງລົງພູຜາ ປ່າພະນາແນວໄມ້
ໄຫລບໍ່ມີຢຸດຢັ້ງ ໂງຄືນໂຄ້ງຕ່າວ
ຊີວິດເຮົາກໍ່ດັ່ງນ້ຳ ໄຫລແລ້ວບໍ່ອວ່ຍຄືນ.
ຫ້າ: ຊີວິດເໝືອນກ້ອນດິນນ້ອຍ ໃນທົ່ງຫົວນາ
ກ້ອນຂີ້ໄຖແຖວນາທາມ ທ່າມກາງຝົນຟ້າ
ຍາມຝົນຮອຍຮຳຍ້ອຍ ກ້ອນໄຖມ້ອຍລະແມ່ງ
ບໍ່ຫ່ອນຕັ້ງຢູ່ຜົ້ງ ນາກວ້າງແກ່ນດິນ.
ຫົກ: ຊີວິດເໝືອນດັ່ງຊີ້ນ ທີ່ຄົນຈີ່ຈືນເຜົາ
ໄຟເຂົາລົນທັງດິບແດງ ປ່ຽນແປງເປັນແຫ້ງ
ໄຟມະໄລກັນກຸ້ມ ອຸກອໍບໍ່ສະຫວ່າງ
ໄຟສາມຢ່າງອຳພາງ ບໍ່ເຫັນທາງພົ້ນອອກໄດ້
ໃຈເອົ້າອັ່ງໝອງ.
ເຈັດ: ຊີວິດແສນເດືອດຮ້ອນ ຂັ້ນລຳບາກສຸດຈະທົນ
ເໝືອນດັ່ງງົວເຂົາຈູງ ແກ່ດຶງໄປຂ້າ
ສຸດທີ່ເວທະນາລົ້ນ ທໍລະມານສຸດໂອ້ອ່າວ
ຊີວິດປຽບດັ່ງນີ້ ເຈັດຂໍ້ກ່າວຖະແຫລງ.
07/07/2007 10:40 PM
No comments:
Post a Comment