ພຣະເຈົ້າໃຫຍ່ອົງຕື້...............ອົງເອກສັກສິດ
ທີ່ສະຖິດອາຮາມຫລວງ............ວັດອົງຕື້ມະຫາວິຫານກ້ຳ
ພຣະເຈົ້າໄຊເສດຖາສ້າງ...........ເທທອງເບົ້າຫລໍ່
ທອງສຳລິດແທ້ໆ...............ງາມລ້ຳເລີດຄຸນ.
ກໍຫາກປຸນນັບໄດ້...............ຫລາຍຂວບພັນສາ
450 ປີນານມາ................ສະງ່າງາມປານແຕ້ມ
ຍ້ອນຈິດໃຈພຣະອົງຕັ້ງ............ປາຣະມີມຸງກໍ່
ພຣະເຈົ້າໄຊເຊດຖາ..............ປາຖະໜາເປັນພຣະພຸດທະເຈົ້າ ຄາວໜ້າຊາດຊິມາ.
ຈິ່ງໄດ້ມຸ້ງຕໍ່ໜ້າ.................ຫວັງກໍ່ການກຸສົນ
ພ່ຳເພັງປາຣະມີທັມ...............ມາກມາຍອະນັນຕັ້ງ
ຫວັງຢາກເອົາສັດຂ້າມ.............ສົງສານແສນຫຍ່ານ
ການຊິມາຕໍ່ໜ້າ.................ພາຍຊ້ອຍສາສະໜາ.
ຍາມເມື່ອເລີ່ມກໍ່ສ້າງ..............ສະຖິດຢູ່ວັດອິນແປງ
ຕາມຕຳນານຂານໄຂ.............ບອກມາຈາແຈ້ງ
ວ່າອົງອິນກັບເພດ...............ເປັນພໍ່ຂາວມາຊ່ວຍ
ມາແປງເບົ້າຫລໍ່ສ້າງ..............ງາມໄດ້ສ່ວນສົມ.
ຫລັງຈາກແປງຮຽບຮ້ອຍ...........ສະເດັດສູ່ເວຫົນ
ຄົນທັງຫລາຍຫາ................ກໍບໍ່ເຫັນຫາຍຈ້ອຍ
ຈິ່ງໄດ້ພາກັນເອີ້ນ................ວັດອິນແປງເປັນຊື່
ລືມາຮອດສູ່ມື້..................ພຣະອິນສ້າງຊ່ອຍແປງ.
ຍາມເມື່ອເທຫຼໍ່ເບົ້າ...............ມີເລື່ອງເລົ່າປາຕິຫານ
ອົງພູບານໄຊເຊດຖາ.............ໄດ້ຖອກເທທອງສ້າງ
ປາງນັ້ນສັດຕູລ້ຳ................ລົງມາແດນລ້ານຊ້າງ
ບູເລນອງຊື່ກ້ອງ................ປອງປົກຄອງລ້ານຊ້າງ ຄາວນັ້ນລ່ວງມາ.
ຍາມເມື່ອເຫັນພຣະບາດໄທ້.........ພວມຫລໍ່ພຣະປະຕິມາ
ຈິ່ງໄດ້ຍໍມືນົບ..................ແນບສຽນເໜືອເກົ້າ
ສາທຸການນ້ອມ.................ນຳດອມອົງພຣະບາດ
ເຮົາກໍເປັນຊາວພຸດແທ້.............ຄືດ້າມດັ່ງດຽວ ນີ້ນາ.
ຈິ່ງບໍ່ໄດ້ລ່ວງລ້ຳ................ເລວຮົບພະລັນການ
ມີແຕ່ເຈລະຈາໝາຍ.............ໂຍະຍານເອົາໄວ້
ອົງພຣະໄຊໄຂຂໍ້...............ວາຈາຖະແຫລງເຫດ
ຂໍໃຫ້ກ້ຳຝ່າຍຂ້າ...............ຫຼອມຫຼໍ່ພຣະພຸດທະຮູບເຈົ້າ ສາແລ້ວຈິ່ງຄ່ອຍຕີ ຫັ້ນທ້ອນ.
ເມື່ອນັ້ນຈອມກະສັດໄທ້..........ບູເລງນອງບໍ່ຂັດວາດ
ມີແຕ່ສັງເກດເບື້ອງ.............ພຣະອົງເຈົ້າຫລໍ່ຫລອມ
ເຫັນພຣະໄຊຍະເຊດເຈົ້າ..........ເທຖອກທອງປະສົມ
ດ້ວຍພຣະຫັດທຳມະດາ..........ບໍ່ໃສ່ຮອງຜືນຜ້າ.
ບໍ່ສະແດງອາການຮ້ອນ...........ຮົນໃຈເຈັບແສບ
ເລີຍເລົ່າເຫັນເຫດຮູ້.............ໃຈສະທ້ານຫວັ່ນໄຫວ
ຍາມເມື່ອຕົກຂອບມື້.............ຄ້ອຍຄ່ຳລົງແລງ
ຕາເວັນລາໄລລັບ...............ຂອບເຂົາສະເໝນຟ້າ.
ພຣະອົງພາທະຫານກ້າ............ລີລາເຂົ້າໃນໂຄຈອນ
ບ່ອນປະທັບນອນບູເລນອງ.........ໝູ່ທະຫານເສນາຄ້າຍ
ແລ້ວເອົາປູນໝາຍໄວ້.............ໃສ່ຄໍເຂົາຄົນລະຂີດ
ຈິ່ງສະເດັດຕ່າວຫ້ອງ..............ວັງກ້ວາງດ່ວນບັນທົມ.
ແມ້ງເມື່ອ ສຸຣິໂຍເບີຍເບີກຟ້າ........ນະພາໃໝ່ໃສສີ
ທະຫານຊຸມຊາວມອນ.............ຫວາດພະຫວາໂຮຮ້ອງ
ໃຜກໍຜິປອງທ້ວງ................ວ່າມີຄົນມາໝາຍຂີດ
ປູນກ່ານຄໍຂີດໄວ້................ໃຈສະທ້ານຫວັ່ນໄຫວ.
ຄັນແມ່ນເຂົາຊິຂ້າ................ກໍມ້ອຍມິ່ງມໍລະນາ
ອັນນີ້ນາ ມາພຽງໝາຍ............ຝາກຮອຍເອົາໄວ້
ຄົງບໍ່ມີໃຜແທ້...................ກະທຳການອັນຍອດຍິ່ງ ເຊັ່ນນີ້
ນອກເສັຍຈາກພຣະບາດເຈົ້າ.........ໄຊເສດຖາເລີດລ້ຳ...ແດນນີ້ແນ່ນອນ.
ອົງບູເລງນອງຈິ່ງປ່ຽນປິ້ນ..........ກັບຕ່າວນະໂຍບາຍ
ຈາກທີ່ໝາຍຈະຫວັງເອົາ...........ຄອບຄອງວຽງກ້ວາງ
ຫັນມາປອງດອງສ້າງ.............ສຳພັນກັນກົມກ່ຽວ
ເປັນມິດໝາຍຮ່ວມສ້າງ............ບໍ່ຫວັງມ້າງຮຸກຮານ.
ນັບແຕ່ນັ້ນພະມ້າ................ບໍ່ມາຜ່າຫວັງປອງ
ມີແຕ່ປອງດອງໝາຍ..............ຮ່ວມທະໄມຕີຕັ້ງ
ສັນຕິສຸກຈິ່ງເນົາຢັ້ງ...............ຍືນຍາວສານຕໍ່
ມິດຕະພາບລາວ-ພະມ້າ...........ຄາວນັ້ນສືບມາ.
ຫລັງຈາກປັ້ນຫລໍ່ສ້າງ..............ໃນເຂດວັດອິນແປງ
ຕໍ່ມາຊາວປະຊາໝາຍ...............ຢາກໄດ້ມາສະຖິດໄວ້
ໃນວັດສີພູມໃຕ້...................ຕິດກັນບໍ່ໄກເຂດ
ຈິ່ງອັງເຊີນອົງເລີດລ້ຳ...............ສະຖິດໄວ້ບ່ອນໝາຍ.
ວັດນີ້ຈິ່ງໄດ້ຫັນປ່ຽນຕັ້ງ.............ນາມໃໝ່ຕາມອົງ
ອົງຕື້ຄືນາມວັດ...................ສືບມາແຕ່ຄາວນັ້ນ
ຈິ່ງສຳຄັນຄວນໄຫວ້................ເອັງຊຸລີເໜືອຂະໝ່ອມ
ທຸກຄ່ຳເຊົ້າ......................ຊາວບ້ານຂາບບູຊາ.
ນີ້ຄືປະຫວັດສາດແທ້...............ເລື້ອງເລົ່າຖະແຫລງໄຂ
ອົງພຣະໄຊເຊດຖາກັບກະສັດບູເລງນອງ......ຮ່ວມປະສານຄາວນັ້ນ
ແຕ່ວ່າຍັງບໍ່ທັນພົ້ນ..................ໄພພານມາຜານມ້າງ
ຍຸກຕໍ່ມາວຽງຈັນຕົກຖືກບັ້ນ............ກະສັນໂອ້ອ່າວລະທົມ ອີກແລ້ວ.
ຍ້ອນວ່າສະຫຍາມທັບມ້າງ.............ຮຸກຮານລ່າເມືອງລາວ ເຮົານີ້
ມາຈູດເລົາເຜົາຜານ.................ເຂດວັງວຽງກ້ວາງ
ເຜົາເຮືອນຊານຊາວບ້ານ..............ອາຮາມຫລວງກໍແປນເປົ່າ
ພູດທະຮູບໃຫຍ່ນ້ອຍ...............ສູນສ້ຽງແມ່ນບໍ່ຍັງ.
ເຫລືອແຕ່ພຣະໃຫຍ່ຕັ້ງ..............ອົງສະຫງ່າງາມເຫລືອ
ເຂົາຢາກປອງເອົາໄປ...............ແຕ່ປ່ວງໃຈປັນຍາປູ້
ນ້ຳໜັກໆເຫລືອລົ້ນ................ແມ່ນແສນຄົນກໍຍໍຍາກ
ເລີຍເອົາໄປບໍ່ໄດ້..................ຈິ່ງເຫລືອໄວ້ຄູ່ແຜ່ນດິນ.
ແມ່ນເອົາໄປບໍ່ໄດ້...................ກໍຫວັງຈູດເຜົາຜານ
ເຂົາມ້າງເພເຮືອນຊານ................ໝູ່ປະຊາຊາວບ້ານ
ແລ້ວເອົາມາເຜົາໄໝ້.................ເປັນເພີງໄຟເພື່ອດັບມອດ
ຈູດພຣະເຈົ້າອົງຕື້...................ໃຫ້ສູນສ້ຽງເປື່ອຍລະລາຍ.
ແຕ່ວ່າໄຟບໍ່ໄດ້ເຕື້ອງ................ທຳລາຍບາດນາໂຖ
ເຈັດຄືນວັນຜັນໄປ.................ກໍດັ່ງເດີມດູແທ້
ເຂົາຈິ່ງຍອມວາງໄວ້................ໃຫ້ເຮົາເຫັນດູສະຫງ່າ
ສົມແລ້ວອົງປະຕິມາ................ພຣະເຈົ້າໃຫຍ່ອົງຕື້ ສັກສິດແທ້ເທົ້າທຸກວັນ ພີ່ນ້ອງເອີຍ.
................................
ບົດກອນນີ້ ຂຽນຂື້ນໂດຍອາໄສຂໍ້ມູນທາງປະຫວັດວັດອົງຕື້ມະຫາວິຫານເປັນຫລັກ.
No comments:
Post a Comment