Monday, September 12, 2011

ຄວາມໂງ່ໃນປັນຍາ

ລູກອ່ອນ ກືນສະຕາງ ຄ້າງຕິດຄໍ
ນາງແມ່ຫຼໍ່ ນ້ຳກົດຕົງ ລົງແກ້ໄຂ
ວ່າລະລາຍ ໂລຫະໝົດ ແລ້ວປ່ອຍໄພ
ຜົນຢ່າງໃດ ເຊື່ອວ່າທາຍ ໄດ້ດ້ວຍກັນ.

ນີ້ແຫລະໜາ ປັນຍາ ມາພວດພາດ
ເພາະສະຕິ ມັນຂາດ ກໍຜວນຜັນ
ກາຍເປັນໂງ່ ໃນປັນຍາ ຂື້ນມາພ້ອມ
ຖ້າສະຕິມາ ທັນຄວັນ ນັ້ນປອດໄພ.

ຄວາມໂງ່ມີ ໃນປັນຍາ ຖ້າຂາດສະຕິ
ມັນອຸດຕະຣິຕ ອອກມາ ຢ່າສົງໄສ
ຂ້າເຈົ້າຂອງ ຂອງມັນ ໄດ້ບັນໄລ
ມີສະຕິໄວ້ ໜໍ ພວກທີ່ ມີປັນຍາ.

ໂດຍ: ພຸດທະທາດ ພິກຂຸ
ຈາກປື້ມ ຫົວຂໍ້ທັມໃນຄຳກອນ.

Thursday, June 9, 2011

ພຣະເຈົ້າໃຫຍ່ອົງຕື້ອົງສັກສິດ


ພຣະເຈົ້າໃຫຍ່ອົງຕື້...............ອົງເອກສັກສິດ
ທີ່ສະຖິດອາຮາມຫລວງ............ວັດອົງຕື້ມະຫາວິຫານກ້ຳ
ພຣະເຈົ້າໄຊເສດຖາສ້າງ...........ເທທອງເບົ້າຫລໍ່
ທອງສຳລິດແທ້ໆ...............ງາມລ້ຳເລີດຄຸນ.

ກໍຫາກປຸນນັບໄດ້...............ຫລາຍຂວບພັນສາ
450 ປີນານມາ................ສະງ່າງາມປານແຕ້ມ
ຍ້ອນຈິດໃຈພຣະອົງຕັ້ງ............ປາຣະມີມຸງກໍ່
ພຣະເຈົ້າໄຊເຊດຖາ..............ປາຖະໜາເປັນພຣະພຸດທະເຈົ້າ ຄາວໜ້າຊາດຊິມາ.

ຈິ່ງໄດ້ມຸ້ງຕໍ່ໜ້າ.................ຫວັງກໍ່ການກຸສົນ
ພ່ຳເພັງປາຣະມີທັມ...............ມາກມາຍອະນັນຕັ້ງ
ຫວັງຢາກເອົາສັດຂ້າມ.............ສົງສານແສນຫຍ່ານ
ການຊິມາຕໍ່ໜ້າ.................ພາຍຊ້ອຍສາສະໜາ.

ຍາມເມື່ອເລີ່ມກໍ່ສ້າງ..............ສະຖິດຢູ່ວັດອິນແປງ
ຕາມຕຳນານຂານໄຂ.............ບອກມາຈາແຈ້ງ
ວ່າອົງອິນກັບເພດ...............ເປັນພໍ່ຂາວມາຊ່ວຍ
ມາແປງເບົ້າຫລໍ່ສ້າງ..............ງາມໄດ້ສ່ວນສົມ.

ຫລັງຈາກແປງຮຽບຮ້ອຍ...........ສະເດັດສູ່ເວຫົນ
ຄົນທັງຫລາຍຫາ................ກໍບໍ່ເຫັນຫາຍຈ້ອຍ
ຈິ່ງໄດ້ພາກັນເອີ້ນ................ວັດອິນແປງເປັນຊື່
ລືມາຮອດສູ່ມື້..................ພຣະອິນສ້າງຊ່ອຍແປງ.

ຍາມເມື່ອເທຫຼໍ່ເບົ້າ...............ມີເລື່ອງເລົ່າປາຕິຫານ
ອົງພູບານໄຊເຊດຖາ.............ໄດ້ຖອກເທທອງສ້າງ
ປາງນັ້ນສັດຕູລ້ຳ................ລົງມາແດນລ້ານຊ້າງ
ບູເລນອງຊື່ກ້ອງ................ປອງປົກຄອງລ້ານຊ້າງ ຄາວນັ້ນລ່ວງມາ.

ຍາມເມື່ອເຫັນພຣະບາດໄທ້.........ພວມຫລໍ່ພຣະປະຕິມາ
ຈິ່ງໄດ້ຍໍມືນົບ..................ແນບສຽນເໜືອເກົ້າ
ສາທຸການນ້ອມ.................ນຳດອມອົງພຣະບາດ
ເຮົາກໍເປັນຊາວພຸດແທ້.............ຄືດ້າມດັ່ງດຽວ ນີ້ນາ.

ຈິ່ງບໍ່ໄດ້ລ່ວງລ້ຳ................ເລວຮົບພະລັນການ
ມີແຕ່ເຈລະຈາໝາຍ.............ໂຍະຍານເອົາໄວ້
ອົງພຣະໄຊໄຂຂໍ້...............ວາຈາຖະແຫລງເຫດ
ຂໍໃຫ້ກ້ຳຝ່າຍຂ້າ...............ຫຼອມຫຼໍ່ພຣະພຸດທະຮູບເຈົ້າ ສາແລ້ວຈິ່ງຄ່ອຍຕີ ຫັ້ນທ້ອນ.

ເມື່ອນັ້ນຈອມກະສັດໄທ້..........ບູເລງນອງບໍ່ຂັດວາດ
ມີແຕ່ສັງເກດເບື້ອງ.............ພຣະອົງເຈົ້າຫລໍ່ຫລອມ
ເຫັນພຣະໄຊຍະເຊດເຈົ້າ..........ເທຖອກທອງປະສົມ
ດ້ວຍພຣະຫັດທຳມະດາ..........ບໍ່ໃສ່ຮອງຜືນຜ້າ.

ບໍ່ສະແດງອາການຮ້ອນ...........ຮົນໃຈເຈັບແສບ
ເລີຍເລົ່າເຫັນເຫດຮູ້.............ໃຈສະທ້ານຫວັ່ນໄຫວ
ຍາມເມື່ອຕົກຂອບມື້.............ຄ້ອຍຄ່ຳລົງແລງ
ຕາເວັນລາໄລລັບ...............ຂອບເຂົາສະເໝນຟ້າ.

ພຣະອົງພາທະຫານກ້າ............ລີລາເຂົ້າໃນໂຄຈອນ
ບ່ອນປະທັບນອນບູເລນອງ.........ໝູ່ທະຫານເສນາຄ້າຍ
ແລ້ວເອົາປູນໝາຍໄວ້.............ໃສ່ຄໍເຂົາຄົນລະຂີດ
ຈິ່ງສະເດັດຕ່າວຫ້ອງ..............ວັງກ້ວາງດ່ວນບັນທົມ.

ແມ້ງເມື່ອ ສຸຣິໂຍເບີຍເບີກຟ້າ........ນະພາໃໝ່ໃສສີ
ທະຫານຊຸມຊາວມອນ.............ຫວາດພະຫວາໂຮຮ້ອງ
ໃຜກໍຜິປອງທ້ວງ................ວ່າມີຄົນມາໝາຍຂີດ
ປູນກ່ານຄໍຂີດໄວ້................ໃຈສະທ້ານຫວັ່ນໄຫວ.

ຄັນແມ່ນເຂົາຊິຂ້າ................ກໍມ້ອຍມິ່ງມໍລະນາ
ອັນນີ້ນາ ມາພຽງໝາຍ............ຝາກຮອຍເອົາໄວ້
ຄົງບໍ່ມີໃຜແທ້...................ກະທຳການອັນຍອດຍິ່ງ ເຊັ່ນນີ້
ນອກເສັຍຈາກພຣະບາດເຈົ້າ.........ໄຊເສດຖາເລີດລ້ຳ...ແດນນີ້ແນ່ນອນ.

ອົງບູເລງນອງຈິ່ງປ່ຽນປິ້ນ..........ກັບຕ່າວນະໂຍບາຍ
ຈາກທີ່ໝາຍຈະຫວັງເອົາ...........ຄອບຄອງວຽງກ້ວາງ
ຫັນມາປອງດອງສ້າງ.............ສຳພັນກັນກົມກ່ຽວ
ເປັນມິດໝາຍຮ່ວມສ້າງ............ບໍ່ຫວັງມ້າງຮຸກຮານ.

ນັບແຕ່ນັ້ນພະມ້າ................ບໍ່ມາຜ່າຫວັງປອງ
ມີແຕ່ປອງດອງໝາຍ..............ຮ່ວມທະໄມຕີຕັ້ງ
ສັນຕິສຸກຈິ່ງເນົາຢັ້ງ...............ຍືນຍາວສານຕໍ່
ມິດຕະພາບລາວ-ພະມ້າ...........ຄາວນັ້ນສືບມາ.

ຫລັງຈາກປັ້ນຫລໍ່ສ້າງ..............ໃນເຂດວັດອິນແປງ
ຕໍ່ມາຊາວປະຊາໝາຍ...............ຢາກໄດ້ມາສະຖິດໄວ້
ໃນວັດສີພູມໃຕ້...................ຕິດກັນບໍ່ໄກເຂດ
ຈິ່ງອັງເຊີນອົງເລີດລ້ຳ...............ສະຖິດໄວ້ບ່ອນໝາຍ.

ວັດນີ້ຈິ່ງໄດ້ຫັນປ່ຽນຕັ້ງ.............ນາມໃໝ່ຕາມອົງ
ອົງຕື້ຄືນາມວັດ...................ສືບມາແຕ່ຄາວນັ້ນ
ຈິ່ງສຳຄັນຄວນໄຫວ້................ເອັງຊຸລີເໜືອຂະໝ່ອມ
ທຸກຄ່ຳເຊົ້າ......................ຊາວບ້ານຂາບບູຊາ.

ນີ້ຄືປະຫວັດສາດແທ້...............ເລື້ອງເລົ່າຖະແຫລງໄຂ
ອົງພຣະໄຊເຊດຖາກັບກະສັດບູເລງນອງ......ຮ່ວມປະສານຄາວນັ້ນ
ແຕ່ວ່າຍັງບໍ່ທັນພົ້ນ..................ໄພພານມາຜານມ້າງ
ຍຸກຕໍ່ມາວຽງຈັນຕົກຖືກບັ້ນ............ກະສັນໂອ້ອ່າວລະທົມ ອີກແລ້ວ.

ຍ້ອນວ່າສະຫຍາມທັບມ້າງ.............ຮຸກຮານລ່າເມືອງລາວ ເຮົານີ້
ມາຈູດເລົາເຜົາຜານ.................ເຂດວັງວຽງກ້ວາງ
ເຜົາເຮືອນຊານຊາວບ້ານ..............ອາຮາມຫລວງກໍແປນເປົ່າ
ພູດທະຮູບໃຫຍ່ນ້ອຍ...............ສູນສ້ຽງແມ່ນບໍ່ຍັງ.

ເຫລືອແຕ່ພຣະໃຫຍ່ຕັ້ງ..............ອົງສະຫງ່າງາມເຫລືອ
ເຂົາຢາກປອງເອົາໄປ...............ແຕ່ປ່ວງໃຈປັນຍາປູ້
ນ້ຳໜັກໆເຫລືອລົ້ນ................ແມ່ນແສນຄົນກໍຍໍຍາກ
ເລີຍເອົາໄປບໍ່ໄດ້..................ຈິ່ງເຫລືອໄວ້ຄູ່ແຜ່ນດິນ.

ແມ່ນເອົາໄປບໍ່ໄດ້...................ກໍຫວັງຈູດເຜົາຜານ
ເຂົາມ້າງເພເຮືອນຊານ................ໝູ່ປະຊາຊາວບ້ານ
ແລ້ວເອົາມາເຜົາໄໝ້.................ເປັນເພີງໄຟເພື່ອດັບມອດ
ຈູດພຣະເຈົ້າອົງຕື້...................ໃຫ້ສູນສ້ຽງເປື່ອຍລະລາຍ.

ແຕ່ວ່າໄຟບໍ່ໄດ້ເຕື້ອງ................ທຳລາຍບາດນາໂຖ
ເຈັດຄືນວັນຜັນໄປ.................ກໍດັ່ງເດີມດູແທ້
ເຂົາຈິ່ງຍອມວາງໄວ້................ໃຫ້ເຮົາເຫັນດູສະຫງ່າ
ສົມແລ້ວອົງປະຕິມາ................ພຣະເຈົ້າໃຫຍ່ອົງຕື້ ສັກສິດແທ້ເທົ້າທຸກວັນ ພີ່ນ້ອງເອີຍ.

................................

ບົດກອນນີ້ ຂຽນຂື້ນໂດຍອາໄສຂໍ້ມູນທາງປະຫວັດວັດອົງຕື້ມະຫາວິຫານເປັນຫລັກ.

Wednesday, December 22, 2010

ເສັ້ນທາງຊີວິດ


ເສັ້ນທາງຊີວິດ ຄົດໂຄ້ງໂງເງ
ບາງຄັ້ງຊັດເຊ ພະເນຈອນໂດດດ່ຽວ
ບາງຄັ້ງມີເພື່ອນ ຮ່ວມເດີນບໍ່ດຽວດາຍ
ບາງຄັ້ງສະບາຍ ບາງຄັ້ງລຳເຄັນ.

ບາງຄັ້ງເສັ້ນທາງ ອາບໂຮຍເກສອນ
ກິ່ນກຸຫລາບຂະຈອນ ບົວບານເບັ່ງງາມ
ບາງຄັ້ງອັບເສົາ ເສົ້າສ້ອຍສິ້ນຫວັງ
ບາງຄັ້ງມີພະລັງ ລົ້ມແລ້ວລຸກໃໝ່.

ບາງຄັ້ງເໜັບໜາວປວດລ້າວຮືໄທ
ບາງຄັ້ງຫວັ່ນໄຫວໄປຕາມການເວລາ
ບາງຄັ້ງມືດມົນ ສັບສົນອຸຣາ
ບາງຄັ້ງສະຫງ່າ ແນມເຫັນຫົນທາງ.

ເສັ້ນທາງຊີວິດ ຄົນເຮົາລິຂິດເອງ
ຕ້ອງສູ້ຕ້ອງເສັງ ເຂັ້ມແຂງແຂ່ງຂັນ
ສູ້ກັບຕົນເອງ ຢູ່ທຸກຄືນວັນ
ສູ້ໃຫ້ຊະນະຈິດໃຈທີ່ທໍ້ຖອຍ.

ຕ້ອງມີວັນໜຶ່ງ ວັນທີ່ຄອງຄອຍ
ໝົດຄວາມຕ່ຳຕ້ອຍດ້ອຍຄ່າໃນໃຈ
ວັນທີ່ທຸກຢ່າງກະຈ່າງແຈ້ງພາຍໃນ
ວັນທີ່ມີໄຊ ຕ້ອງເປັນວັນຂອງເຮົາ.