Saturday, October 23, 2010

A wordling and an enlightened person

The difference between a worldling and an enlightened person is that the former misconceives "I" as something real while the latter knows that it is unreal and is used only for conventional purposes.

Buddhadāsa Bhikkhu

ຄວາມແຕກຕ່າງລະຫວ່າງປຸຖຸຊົນກັບຜູ້ສິ້ນກິເລສ

ຄວາມແຕກຕ່າງລະຫວ່າງປຸຖຸຊົນກັບພຣະອະຣະຫັນນັ້ນກໍຄື ສິ່ງໃດທີ່ເຄີຍເຫັນຜິດໃນຄວາມມີຕົວຕົນ"ຕົວກູ" ວ່າເປັນຂອງຈິງ
ແຕ່ເມື່ອພາຍຫຼັງຮູ້ວ່າມັນບໍ່ຈິງ ແລະໃຊ້ເພື່ອຈຸດປະສົງສິ່ງສົມມຸດເທົ່ານັ້ນ.

ພຸດທະທາດ ພິກຂຸ

The termination of the Vassa(Pavāraṇā )



When the end of Vassa has arrived,
It is the day when being free from defilement,
For those who earnestly have trained their mind,
And it is the day to review 3 months behind,
To see how they have passed by,
And to recall how much progress we have done.

Pavāraṇā means that everyone opens for feedback from friends,
To say some words for better understanding,
To confess and negotiate for better coexistence,
It is an ancient tradition from the Buddha's time.

Friday, October 22, 2010

ອອກພັນສາປະວໍຣະນາ

ພໍເມື່ອເຖິງຂວບເຂົ້າ......................ເດືອນໃໝ່ເຫມັນ
ລະດູໜາວມາເຖິງ.......................ປ່ຽນລະດູເດືອນຍ້າຍ
ເຂົ້າໃນນາພວມເຂັ້ມ......................ສຸກເຫຼືອງເຕັມທົ່ງ
ຊາວໄຮ່ນາທົ່ວດ້າວ......................ສະອອນເຂົ້າໃສ່ເຍຍ.


ຜົນເກັບກ່ຽວກໍພຽບພ້ອມ..................ເຂົ້າກໍໃໝ່ພວມຫອມ
ຊາວນາປອງດອງຫາ....................ພັດຕາຫານໃຫ້ສົງເຈົ້າ
ມີເຮັດບຸນຄູນເຂົ້າ.......................ບູຊາຄຸນຜົນລະປູກ
ແມ່ໂຄສົບຜູ້ໃຫ້ເຂົ້າ......................ລ້ຽງຊາວນາທົ່ວດ້າວ ຄາວນີ້ໄດ້ແຕ່ງບຸນ.

ສ່ວນພຣະສັງຄະເຈົ້າ.....................ຜູ້ຢູ່ວັດຮັກສາຄອງ
ສະແດງທັມສິດສອນ.....................ໝູ່ຂະໂຍມແລງເຊົ້າ
ຕອນນີ້ເຖິງຄາວແລ້ວ.....................ອອກພັນສາມາຮອດ
ຈິ່ງຊິລາຈາກບ້ານ......................ອາຮາມກ້ວາງຈາຣີກທັມ ສາແລ້ວ.

ແນວໃດດີຜ່ານຫ້ອງ.....................ຮຽນຮ່ຳໃນຊຸມສົງ
ເຈດຈຳນົງເນໝາຍ......................ເພື່ອສັງສອນຊາວບ້ານ
ກັບສອນຕົນໃຫ້ດີພ້ອມ...................ຈິ່ງສອນໂຍມໃຫ້ສືບຕໍ່
ເພື່ອສົ່ງເສີມທັມພຣະພຸດທະເຈົ້າ.............ໃຫ້ແຜ່ຜາຍອອກກ້ວາງ ໃຫ້ຄົນຮູ້ລື່ນຫຼັງ ຊອບແລ້ວ.

Thursday, October 21, 2010

ຄົບບັນດິດ

ຄົບບັນດິດ

ສະກິເທວະ ສຸຕະໂສມະ ສັບພິ ໂຫຕິ ສະມາຄະໂມ
ສາມັງ ສັງຄະຕິ ປາເລຕິ ນາສັບພິ ພະຫຸ ສັງຄະໂມ

ຄົບບັນດິດ ໂດຍລຳພັງ ພຽງຄັ້ງໜຶ່ງ
ກໍ່ໄດ້ເພິ່ງ ຕລອດໄປ ພົ້ນໄພຜອງ
ຄົບຄົນພານ ມົ້ວສຸມ ເປັນກຸ່ມກອງ
ບໍ່ປົກປ້ອງ ປ່ອຍທຸກ ເຂົ້າຮຸກຮານ.

ຈາກນິທານຊາດົກເລື່ອງ: ອະສິຕິນິບາດຊາດົກ
06/06/2007 9:23 AM

ອຸປະມາຊີວິດ ໗ ປະການ

ອຸປະມາຊີວິດ ໗ ປະການ

ໜຶ່ງ: ຊີວິດປຽບເໝືອນຢາດນ້ຳຄ້າງ ກວັດແກວ່ງເທິງໃບບອນ
ບໍ່ຫ່ອນເທຍລະຄາຄົງ ຍິ່ງຍືນຍາວໝັ້ນ
ຍາມເມື່ອລົມພານຕ້ອງ ໃບບອນເອນອວ່ຍ
ຢາດນ້ຳຄ້າງເຄື່ອນຟົ້ງ ເຟືອນຟາດສູ່ດິນ.

ສອງ: ຊີວິດເໝືອນດັ່ງນ້ຳ ໃນອຸແອ່ງບໍ່ພໍຢາ
ດື່ມບໍ່ພໍພຽງກືນ ກໍ່ເລົ່າມາຍເຫີຍແຫ້ງ
ຫາມາເປັນຢາແກ້ ກະຫາຍຫິວບໍ່ມີຊວ່າງ
ເຕັມແລ້ວບົກເຫືອດແຫ້ງ ແປປີ້ນປ່ຽນໄປ.

ສາມ: ຊີວິດເໝືອນຮອຍຂີດໄມ້ ປະທັບໃສ່ເທິງວາລີ
ສາຍນະທີທານໄຫລ ໜ້ອຍດຽວກໍ່ສູນກ້ຽງ
ພຽງພັບຕາກໍ່ສູນສ້ຽງ ບໍ່ມີຮອຍພໍໄວ້ເບິ່ງ
ຊີວິດຄົນບໍ່ຢູ່ເຫິງ ເໝືອນດັ່ງໄມ້ຂີດນ້ຳ ຈຳໝັ້ນຢ່າໄລ.

ສີ່: ຊີວິດເໝືອນແມ່ນ້ຳ ນະທີທ່າທານໃສ
ໄຫລລ່ອງລົງພູຜາ ປ່າພະນາແນວໄມ້
ໄຫລບໍ່ມີຢຸດຢັ້ງ ໂງຄືນໂຄ້ງຕ່າວ
ຊີວິດເຮົາກໍ່ດັ່ງນ້ຳ ໄຫລແລ້ວບໍ່ອວ່ຍຄືນ.

ຫ້າ: ຊີວິດເໝືອນກ້ອນດິນນ້ອຍ ໃນທົ່ງຫົວນາ
ກ້ອນຂີ້ໄຖແຖວນາທາມ ທ່າມກາງຝົນຟ້າ
ຍາມຝົນຮອຍຮຳຍ້ອຍ ກ້ອນໄຖມ້ອຍລະແມ່ງ
ບໍ່ຫ່ອນຕັ້ງຢູ່ຜົ້ງ ນາກວ້າງແກ່ນດິນ.

ຫົກ: ຊີວິດເໝືອນດັ່ງຊີ້ນ ທີ່ຄົນຈີ່ຈືນເຜົາ
ໄຟເຂົາລົນທັງດິບແດງ ປ່ຽນແປງເປັນແຫ້ງ
ໄຟມະໄລກັນກຸ້ມ ອຸກອໍບໍ່ສະຫວ່າງ
ໄຟສາມຢ່າງອຳພາງ ບໍ່ເຫັນທາງພົ້ນອອກໄດ້
ໃຈເອົ້າອັ່ງໝອງ.

ເຈັດ: ຊີວິດແສນເດືອດຮ້ອນ ຂັ້ນລຳບາກສຸດຈະທົນ
ເໝືອນດັ່ງງົວເຂົາຈູງ ແກ່ດຶງໄປຂ້າ
ສຸດທີ່ເວທະນາລົ້ນ ທໍລະມານສຸດໂອ້ອ່າວ
ຊີວິດປຽບດັ່ງນີ້ ເຈັດຂໍ້ກ່າວຖະແຫລງ.

07/07/2007 10:40 PM

Sweet words

Sweet words

As a nightingale sings beautifully,
The wise says pleasant words,
Conveys a comfort feeling to one that hears,
And shows no superior in his speech.

He reasonably crystal clear expounds,
Whose words filled with kind guidance;
Therefore, being delightful when hearing,
As pleasantly as listening to the nightingale!

~~~~~~~~~~~~~~~~~~~~~~~16/09/2006 11:58 AM