- ທຸກຄືຄວາມບີບບີ້ ໜີບໜ່ວງຊວງອົກ
ໃຜບໍ່ຫວັງພານພົບ ຫແຕ່ພຽງພໍໜ້ອຍ
ແຕ່ ບໍ່ອາດຖອຍໜີພົ້ນ ຄົນເຮົາຕ້ອງພົບຜ່ານ
ບໍ່ວ່າໃຫຍ່ແລະນ້ອຍ ທຸກຖານະຊາດຊັ້ນ ຊິເຫັນແທ້ຄູ່ຄົນ.
- ບາງຄົນ ທຸກຍ້ອນພັດພາກບ້ານ ສັບພະສິ່ງມູນມັງ
ລວມທັງມວນພົງພັນ ເຜົ່າຊຸມແຊງເຊື້ອ
ມີບິດາມານດາໄທ້ ຈຳໃຈຈາກຫ່າງ
ເພື່ອໄປເນົາຢູ່ຄ້າງ ເມືອງບ້ານອື່ນເຂົາ.
- ບາງຄົນ ທຸກຍ້ອນອຶດຢາກເຂົ້າ ເຂີນຂາດແລງງາຍ
ເງິນບໍ່ມີຮອງຖົງ ຊິຫອດຫິວຕາຍຍ້ອນ
ໃຜບໍ່ມາເຫັນຮູ້ ເອັນດູບິແບ່ງ
ຝູງໝູ່ຍາດພີ່ນ້ອງ ເໜືອໃຕ້ກໍບໍ່ມີ.
- ບາງຄົນ ທຸກຍ້ອນຜອມໂຊໄຂ້ ຫວັດໄອມາບັງບຽດ
ເງິນທີ່ໂຮມຮໍ່ໄວ້ ພໍໄດ້ແຕ່ຄ່າຢາ
ແສນຊິຫາມາໄດ້ ກໍໝົດໄປບໍ່ຄ້າງໄຖ່
ການຈັບຈ່າຍມີສູ່ມື້ ຊິຫາໃຊ້ບໍ່ທ່ວງທັນ.
-ບາງຄົນ ເງິນຄຳແກ້ວ ທຸກຢ່າງມີມາ
ມູນມັງມີເຫຼືອຫຼາຍ ຈ່າຍສະບາຍບໍ່ເຄືອງຮ້ອນ
ແຕ່ມີແນວເຄືອງຂ້ອນ ຂັດໃຈຍ້ອນບໍ່ຊື່
ຜົວ-ເມຍລັກຫຼິ້ນຊູ້ ໃຈລ້ຽວບໍ່ຮັກກັນ.
- ບາງຄົນມີຍົດຊັ້ນ ສັກໃຫຍ່ຢຳເກງ
ມູນມັງມີມວນຄົບ ຄູ່ອັນສະໜຸກໃຊ້
ແຕ່ກໍຍັງຢຳຢ້ານ ຄົນພານມາບັງບຽດ
ຄອຍລະວັງທຸກເມື່ອມື້ ຢ້ານເຂົາຂ້າເຂັ່ນຕາຍ.
- ບາງຄົນ ທຸກຍ້ອນຍາດພີ່ນ້ອງ ມໍຣະມິ່ງຕາຍປະ
ປ່ອຍໃຫ້ພອຍດຽວດາຍ ນັ່ງນອນແສນເສົ້າ
ແສນຊິວອນວຽນເອີ້ນ ໃຫ້ຫວນຄືນຄືເກົ່າ ບໍ່ໄດ້ແລ້ວ
ໂລກມັນເປັນຈັ່ງຊີ້ ຊິພານພໍ້ທຸກຄົນ ເຈົ້າເອີຍ.
- ອີກຢ່າງ, ສູ່ມື້ນີ້ໂລກຫວັ່ນວຸ້ນ ຮ້ອນເຮັ່ງຫຼາຍອັນ
ພະຈັນເຄີຍສົດໃສ ຮຸ່ງເຮືອງຮຽງຟ້າ
ກໍມືດມົວເມົາຄື້ມ ໂຄຈອນບໍ່ຄືເກົ່າ
ເມກໝອກບົດໝື່ນຊັ້ນ ບໍ່ໃສແຈ້ງສ່ອງເງົາ.
-ອາທິດສູນເຊື່ອມເສົ້າ ເມົາມືດມົວແສງ
ບາງເທື່ອທໍແສງເຮືອງ ອາບແຮງຮົນຮ້ອນ
ບາງເທື່ອເຜົາຜານມ້າງ ກາຍເປັນໄຟຈູດຈີ່
ລາມປ່າໄມ້ ຮົມໄໝ້ມຸ່ນທະລາຍ ກໍມີ.
- ຍ້ອນສີມືມະນຸດສ້າງ ຈູດຈີ່ລົນເຜົາ
ມ້າງມຸ່ນພົງພະນາດອນ ປ່າຂຽນໃຫ້ສູນສິ້ນ
ດິນຈິ່ງພັງທະລາຍມ້ວນ ທໍລະນີຂຳເຂືອກ
ວາໂຍຂັບເຄື່ອນຍ້າຍ ທຳລາຍມ້າງມະນຸດເຮົາ.
-ທຸບພິກຂະໄພເກີດຂື້ນ ລົງໂທດມວນມະນຸດ
ເຮືອນຊານເຊເພພັງ ໄຮ່ນາບໍ່ເຫຼືອຄ້າງ
ເຂົ້າຂາດນາບໍ່ເຫຼືອເລົ້າ ພໍໄຍໄວ້ລ້ຽງມ່າມ
ຫຼາຍໝູ່ຄາມເຂດບ້ານ ຈິ່ງຂໍຮ້ອງໃຫ້ຊ່ວຍເຫຼືອ.
- ບາງຄົນ ທຸກຍ້ອນເສດຖະກິດບໍ່ເອື້ອ ບໍ່ຄົງທີ່ຖາວອນ
ໄພວ່າງງານຈອນມາ ຄ່າເງິນຟູມເຟີ້
ຈິ່ງຕົກງານລະເມີໃຫ້ ຮັກສາໃຈຍາກລຳບາກ
ໂລກຫາກພວມພົບພໍ້ ເປັນແທ້ທົ່ວແດນ ເຈົ້າເອີຍ.
-ທຸກອີກຢ່າງ ຍ້ອນໂລກກວ້າງ ຍາດແຍ່ງແຊງດິນ
ຍ້ອນວ່າໂລພາບັງ ບອດຕາບໍ່ເຫັນແຈ້ງ
ເກີດການສັງຫານຂ້າ ສົງຄາມເຜົາຈີ່
ເໝືອນທຸກໃນອະເວຈີ ທີ່ຄົນເຮົາສ້າງຂື້ນ ໃນໂລກມະນຸດຄົນ.
- ມັນຫາກສັບສົນແທ້ ຮ້ອຍແປດພັນບັນຫາ
ເກີດຈາກມືມວນມະນຸດ ບໍ່ອາດພັນລະນາໄດ້
ຈິ່ງຂໍສັງຮອມໄວ້ ໃຈຄວາມຢູ່ ສອງຢ່າງ
ຄື ທຸກກາຍ-ທຸກໃຈ ໃຜບໍ່ຫຼົບຫຼີກໄດ້ ຮຽງຂ້າງຢູ່ຄູ່ຍາມ.
-ທຸກກາຍ ຍ້ອນພະຍາດຮ້າຍ ເຈັບປວດວິນຫົວ
ທຸກໃຈ ຍ້ອນໂລພະ, ໂທສະ, ໂມຫະຄອງ ຄູ່ໃຈບໍ່ເຫັນແຈ້ງ
ໃຜຫາກວາງໃຈໄວ້ ເຫັນຄວາມຈິງທຸກຢ່າງ
ເຫດ-ຜົນ ຄິດໄຄ່ຄົ້ນ, ມີທັມມະປ່ຽມລົ້ນ.... ວາງໄວ້ບໍ່ທຸກໃຈ ຊອບແລ້ວ.